P S C G R O U P

Loading...

ກ່ຽວກັບພວກເຮົາ

ບໍລິສັດ ພີເອັສຊີ ກຣຸບ ຈຳກັດ

ບໍລິສັດ ພີເອັສຊີ ກໍ່ສ້າງເຄຫາສະຖານ, ຂົວທາງ ແລະ ຊົນລະປະທານ ຈຳກັດ ຖືກສ້າງຂື້ນໂດຍ ທ່ານ ສີວິໄຊ ພົນທະຈັກ ແລະ ໄດ້ລົງທຶນຈົດທະບຽນໃນວັນທີ 14 ພະຈິກ 2019 ຊຶ່ງດຳເນີນການພາຍໃຕ້ກົດໝາຍຂອງ ສປປ ລາວ, ທຶນຈົດທະບຽນເບື້ອງຕົ້ນແມ່ນ 10 ຕື້ກີບ, ທຸລະກິດທີ່ໄດ້ດຳເນີນເບື້ອງຕົ້ນແມ່ນການຂຸດຄົ້ນຫີນແຮ່-ຊາຍ ເພື່ອສະໜອງໃຫ້ໂຄງການກໍ່ສ້າງ, ຂົວ-ທາງ, ກໍ່ສ້າງຕືກອາຄານ, ການສ້າງຂົວ, ທາງ, ຊົນລະປະທານ ແລະ ການໄຟຟ້າ ໃນແຂວງໄຊຍະບູລີ.


ໃນປີ 2022 ບໍລິສັດ ແມ່ນໄດ້ເລີ່ມຂະຫຍາຍທຸລະກິດ ແລະ ຮັບເໝົາວຽກງານກໍ່່ສ້າງຂົວ, ທາງ ແລະ ອາຄານ ໃນແຂວງ ບໍ່ແກ້ວ ແລະ ໄດ້ສຳເລັດໃນການກໍ່ສ້າງຂົວ, ທາງ, ອາຄານ ແລະ ການໄຟຟ້າ ຈຳນວນຫລາຍ ແລະ ທີ່ສຳຄັນແມ່ນໄດ້ສຳເລັດການກໍ່ສ້າງເສັ້ນທາງຍຸດທະສາດ ຢູ່ເຂດເມືອງປາກທາ, ແຂວງ ບໍ່ແກ້ວ, ນັບແຕ່ນັ້ນມາບໍລິສັດຂອງພວກເຮົາແມ່ນໄດ້ມີການຂະຫຍາຍທຸລະກິດ ແລະ ໄດ້ມີການດຳເນີນທູລະກິດຫຼາຍຮູບແບບຂື້ນເຊັ່ນ: ການຂຸດຄົ້ນແຮ່ທາດ, ສະຖາບັນການເງິນຈຸລະພາກ, ການຄ້າ ແລະ ກະສິກຳ.


ມາຮອດປີ 2024 ບໍລິສັດ ພີເອັສຊີ ກໍ່ສ້າງເຄຫາສະຖານ, ຂົວທາງ ແລະ ຊົນລະປະທານ ຈຳກັດ ແມ່ນໄດ້ປະສົບຜົນສຳເລັດໃນການດຳເນີນທຸລະກິດຫລາກຫລາຍຮູບແບບ ຈຶ່ງໄດ້ປ່ຽນຊື່ມາເປັນ ບໍລິສັດ ພີເອັດຊີ ກລຸບ ຈຳກັດ, ໄດ້ເພີ້ມທຶນຈາກ 10 ຕື້ກີບ ມາເປັນ 20 ຕື້ກີບ ແລະ ໄດ້ດຳເນີນທຸລະກິດຕາມເປົ້າໝາຍການສ້າງສາ ແລະ ພັດທະນາປະເທດຊາດ.

ບັນດາຜູ້ບໍລິຫານ

ທ່ານ ສີວິໄຊ ພົນທະຈັກ

ປະທານບໍລິສັດ

ທ່ານ ນາງ ສົມສະນິດ ເພັດໂຍທິນ

ຮອງປະທານ-1

ທ່ານ ພອນປະດິດ ເພັງສະກຸນ

ຮອງປະທານ-2

ທ່ານ ພິສິດ ພົນທະຈັກ

ຜູ້ອຳນວຍການ